ໜ້າຫຼັກ / ຂ່າວສານ / ກິດຈະກຳ
ກິດຈະກຳ 23 Sep 2026 · ອ່ານ 1 ນາທີ

ໃນລະຫວ່າງວັນທີ 15-18 ພະຈິກ 2015

Description

ທາງບໍລິສັດ ສະຫວັນປາກ ຮູ້ສຶກເປັນກຽດທີ່ໄດ້ຮັບເຊີນຈາກບໍລິສັດ ລາວ ໂທລະຄົມ ພາຍໃຕ້ການເຂົ້າຮ່ວມງານສຳມະນາໃນຫົວຂໍ້: "AI For Business" ເພື່ອຮຽນຮູ້ ແລະ ເສີມສ້າງຄວາມເຂົ້າໃຈພ້ອມປັບຕົວເຂົ້າສູ່ລະບົບເຕັກໂນໂລຊີຂັ້ນສູງ

Content

ສະຫວັນປາກໄດ້ຮັບກຽດຖືກເຊີນເຂົ້າຮ່ວມໃນງານສຳມະນາຄັ້ງນີ້ ຖືວ່າເປັນກ້າວທີ່ສຳຄັນໃນການໄດ້ຮັບໂອກາດຮ່ວມເປັນສ່ວນໜຶ່ງໃນງານສຳມະນາ, ການເຂົ້າຮ່ວມງານໃນຄັ້ງນີ້ບໍ່ພຽງແຕ່ເປັນການເສີມສ້າງຄວາມຮູ້ ແຕ່ສະທ້ອນໃຫ້ເຫັນເຖິງຄວາມສຳພັນອັນດີລະຫວ່າງສອງອົງກອນພາຍໃຕ້ການດຳເນີນງານຮ່ວມກັນມາຢ່າງດົນນານ ການເຂົ້າຮ່ວມໃນຄັ້ງນີ້ແມ່ນໄດ້ຮັບຄວາມຮູ້ ພ້ອມທັງປັບໃຊ້ເພື່ອໃຫ້ສາມາດປັບຕົວໃນການນຳໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດສູງສຸດໃນການບໍລິຫານຈັດການອົງກອນ

ພາຍໃຕ້ການສຳມະນາໃນຫົວຂໍ້: "AI For Business" ທາງບໍລິສັດ ສະຫວັນປາກ ຮູ້ສຶກເປັນກຽດ ແລະ ຂອບໃຈ ທາງບໍລິສັດ ລາວ ໂທລະຄົມ ທີ່ຍັງຄົງຮັກສາຄວາມສຳພັນອັນດີມາໂດຍຕະຫຼອດ ເຊິ່ງພາຍໃຕ້ງານໃນຄັ້ງນີ້ບໍ່ພຽງແຕ່ເປັນການຮຽນຮູ້ ແຕ່ຍັງເປັນສັນຍານອັນດີໃນການຍົກລະດັບການເຮັດວຽກ ແລະ ພັດທະນາຕໍ່ຍອດໄປສູ່ດີຈີຕ້ອນແບບເຕັມໂຕ.