Description
ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ໃນວັນທີ 11-12 ສິງຫາ 2026 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ໂດຍພາຍໃນງານໄດ້ມີການຈັດບູດຜະລິດຕະພັນຕ່າງໆຈາກຫຼາຍພາກສ່ວນເຂົ້າຮ່ວມ ເຊິ່ງໃນນີ້ກໍ່ມີບູດຈາກເຂດເສດຖະກິດພິເສດແຂວງສະຫວັນນະເຂດ ບໍລິສັດສະຫວັນປັກ-ໂຊນຊີ ກໍ່ໄດ້ຮ່ວມວາງສະແດງຜະລິດຕະພັນທີ່ມີການຜະລິດພາຍໃນເຂດເຊັ່ນ: ສິນຄ້າອີ…
Content
ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ໃນວັນທີ 11-12 ສິງຫາ 2026 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ໂດຍພາຍໃນງານໄດ້ມີການຈັດບູດຜະລິດຕະພັນຕ່າງໆຈາກຫຼາຍພາກສ່ວນເຂົ້າຮ່ວມ ເຊິ່ງໃນນີ້ກໍ່ມີບູດຈາກເຂດເສດຖະກິດພິເສດແຂວງສະຫວັນນະເຂດ ບໍລິສັດສະຫວັນປັກ-ໂຊນຊີ ກໍ່ໄດ້ຮ່ວມວາງສະແດງຜະລິດຕະພັນທີ່ມີການຜະລິດພາຍໃນເຂດເຊັ່ນ: ສິນຄ້າອີເລັກໂທຣນິກ, ສາຍໄຟຕ່າງໆ, ຊິ້ນສ່ວນອາໄລ່ເຄື່ອງບິນ, ຕຸກກະຕາ, ຕູ້ເຟີນີເຈີ້, ຜະລິດຕະພັນສີ ແລະ ເສື້ອຜ້າ ໃນງານວາງສະແດງຄັ້ງນີ້ພວກເຮົາຮູ້ສຶກເປັນກຽດຕ້ອນຮັບການຢ້ຽມຊົມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສະເລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ທັງເປັນປະທານກອງປະຊຸມຄັ້ງນີ້ ພ້ອມທັງຄະນະລັດຖະບານທ້ອງຖິ່ນ ແລະ ບັນດາຫົວໜ່ວຍເອກະຊົນ ເຂົ້າຮ່ວມຢ້ຽມຊົມບູດຂອງສະຫວັນປັກ, ພວກເຮົາຮູ້ສຶກຍິນດີທີ່ໄດ້ຮ່ວມງານວາງສະແດງຜະລິດຕະພັນຂອງຜູ້ປະກອບການພາຍໃນເຂດ ພ້ອມທັງໄດ້ແບ່ງປັນຄວາມຄືບຫນ້າການພັດທະນາຢ່າງຕໍ່ເນື່ອງຂອງເຂດ ພະນະທ່ານ ໄດ້ຢ້ຽມຊົມຜະລິດຕະພັນທີ່ຫຼາກຫຼາຍ ແລະ ໄດ້ຊົມເຊີຍຜູ້ພັດທະນາທີ່ນໍາຄວາມທັນສະໄຫມມາພັດທະນາທັກສະຂອງປະຊາຊົນລາວໃຫ້ມີຄວາມສາມາດ ກ້າວໄກສູ່ສາກົນທີ່ທັນສະໄຫມ. ງານວາງສະແດງສິນຄ້າດັ່ງກ່າວປະສົບຜົນສຳເລັດຢ່າງຍິ່ງ ແລະ ໄດ້ຮັບຄໍາຊົມເຊີຍຍ້ອງຍໍຕໍ່ບໍລິສັດສະຫວັນປັກ-ໂຊນຊີ ແລະ ບັນດາຜູ້ປະກອບການພາຍໃນເຂດທີ່ໄດ້ໃຫ້ຄວາມຮ່ວມມື ຮ່ວມງານວາງສະແດງໃນຄັ້ງນີ້ຈົນສຳເລັດ.
Savan Park at Exhibition organized by Investment Promotion and Management Committee
On 11–12 August, Savan Park proudly participated in the IPMC Exhibition held at the Landmark Mekong Riverside Hotel in Vientiane.
We were honoured to welcome Prime Minister Sonexay Siphandone, Deputy Prime Minister Saleumxay Kommasith, and distinguished delegates to our Savan Park booth. We were pleased to showcase the products and production activities of our tenants, as well as share the continued progress and development of Savan Park Special Economic Zone.
The exhibition was a great success, and we would like to express our sincere appreciation to our all valued tenants, especially Acon, KP Beau, Leader Lao, and SYS Group for their support and contribution.
Thank you to everyone who visited our booth and supported Savan Park throughout the exhibition.
Landmark Mekong Riverside Hotel, Vientiane
ຂ່າວທີ່ກ່ຽວຂ້ອງ
26 Sep 2026
ໃນວັນທີ 24 ກັນຍາ 2026, ທ່ານ ປອ ອາລຸນໄຊ ສູນນະລາດ ປະທານສະພາປະຊາຊົນແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ເຂດເສດຖະກິ…
23 Sep 2026
ໃນລະຫວ່າງວັນທີ 15-18 ພະຈິກ 2015
03 Aug 2026
Deputy Prime Minister and Minister of Finance Mr Santiphab Phomvihane and his delegation on July 31 inspected operation…